ວີດີໂອໃນຊ່ອງຢູທູບກ່ຽວກັບບົດລາຍງານແລະສາລັກຄະດີຕ່າງໆ ແລະເທັກໂນລີຈີ ທີ່ພາກພາສາລາວ ຫຼືບໍ່ກໍມີໂຕໜັງສືຄຳບັນຍາຍເປັນພາສາລາວ ຖ້າວີດີໂອພາກພາສາອັງກິດ ພ້ອມທັງວີດີໂອສອນພາສາອັງກິດຢ່າງຫຼວງຫຼາຍ.
ວີໂອເອເປັນອົງການຂ່າວໃນລະບົບມັນຕີມີເດຍສາກົນທີ່ໃຫຍ່ທີ່ສຸດຂອງສະຫະລັດ ໂດຍສະໜອງເນື້ອໄນຫຼາຍກວ່າ 45 ພາສາ ໃຫ້ແກ່ທ່ານຜູ້ຟັງແລະຜູ້ຊົມທີ່ສາມາດເຂົ້າເຖິງສິດເສລີພາບດ້ານຂ່າວສານແບບຈຳກັດຫຼືບໍ່ມີເລີຍ. ສ້າງຕັ້ງຂຶ້ນມາ ໃນປີ 1942 ວີໂອເອແມ່ນມີຄວາມໝັ້ນໝາຍ ຕໍ່ການເກັບກຳຂ່າວໃນຂອບເຂດທີ່ກວ້າງຂວາງ ແລະຢ່າງເປັນອິດສະຫຼະ ແລະລາຍງານຄວາມຈິງ ໃຫ້ທ່ານຜູ້ຟັງແລະທ່ານຜູ້ຊົມຊາບ.
ພາລະກິດຂອງວີໂອເອແລະຄວາມເປັນອິດສະຫຼະທາງດ້ານບັນນາທິການ ແມ່ນໄດ້ຮັບການຄ້ຳປະກັນໂດຍກົດໝາຍ ທີ່ໃຫ້ການຄຸ້ມຄອງພວກນັກຂ່າວຈາກອິດທິພົນ ການກົດດັນ ຫຼືໄດ້ຮັບການຕອບໂຕ້ ຈາກພວກເຈົ້າໜ້າທີ່ລັດຖະບານ ຫຼືຈາກພວກນັກການເມືອງ.
VOA Lao
ນັກກິລາລອຍນ້ຳ ອາເມຣິກັນ ເຊື້ອສາຍລາວ ລະດັບມະຫາວິທະຍາໄລ ນຳເອົາຄວາມຫວັງ ມາໃຫ້ຊາວລາວ ໄດ້ລຸ້ນຫຼຽນ ຊີ ເກມ
ນັກລອຍນ້ຳອາເມຣິກັນເຊື້ອສາຍລາວ ຍິງ 3 ແລະ ຊາຍ 1 ຄົນ ໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມກັບທີມນັກລອຍນ້ຳຂອງລາວ ລົງແຂ່ງຂັນໃນ SEA Games ຢູ່ທີ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ໃນວັນທີ 6 ພຶດສະພາ ນີ້ ເຊິ່ງພວກນັກລອຍນ້ຳທັງສີ່ຄົນນີ້ ເປັນນັກລອຍນ້ຳທີ່ດີເດັ່ນໃນລະດັບມະຫາ ວິທະຍາໄລຂອງສະຫະລັດ ເຊິ່ງຄາດກັນວ່າ ຈະມີໂອກາດແລະຄວາມຫວັງ ທີ່ຈະຄົ້ວຫຼຽນໃດຫຼຽນນຶ່ງມາໃຫ້ ສປປ ລາວ ເຊິ່ງໄຊຈະເລີນສຸກ ມີລາຍງານກ່ຽວກັບຜົນງານຂອງແຕ່ລະຄົນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
lao.voanews.com/a/7052437.html
2 years ago | [YT] | 5
View 0 replies